ທ່ານ ນາງ ເບັນນິຕ້າ ຊໍາເມີວິວ ແລະ ທ່ານ ຮ.ສ ປ.ອ ອານຸລົມ ວິໄລພອນ ຢ້ຽມຢາມການຖ່າຍທຳວິດີໂອສົ່ງເສີມຄວາມສະເໝີພາບຍິງຊາຍ

ລັດຖະບານອົດສະຕຣາລີ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ສປປ ລາວ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຫ້ອງຮຽນ

ໃນວັນທີ 24 ກັນຍາ 2024, ທ່ານຮອງເອກອັກຄະລັດຖະທູດອົດສະຕຣາລີຄົນໃໝ່, ທ່ານ ນາງ ເບັນນິຕ້າ ຊໍາເມີວິວ ແລະ ທ່ານ ຮ.ສ ປ.ອ ອານຸລົມ ວິໄລພອນ, ຜູ້ອຳນວຍການສະຖານບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ  ໄດ້ລົງຢ້ຽມຢາມສະຖານທີ່ຖ່າຍທຳວິດີໂອເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ທັງສອງທ່ານໄດ້ພົບປະກັບທີມງານຈາກກະຊວງສຶກສາທິການ ແລະ ກິລາ ທີ່ຮັບຜິດຊອບການຜະລິດວິດີໂອຈາກສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ (ສວສ) ແລະ ພະແນກສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ. ວິດີໂອດັ່ງກ່າວໄດ້ຖືກຖ່າຍທຳຕົວຈິງຢູ່ໃນໂຮງຮຽນປະຖົມ ໂດຍມີຄູ ແລະ ນັກຮຽນໄດ້ຮ່ວມສະແດງໃນສາກຂອງວິດີໂອ.

ທ່ານ ຮ.ສ ປ.ອ ອານຸລົມ ໄດ້ອະທິບາຍວ່າ: “ຈຸດປະສົງຂອງວິດີໂອນີ້ ແມ່ນເພື່ອປູກຈິດສຳນຶກ ແລະ ໃຫ້ຄຳແນະນຳແກ່ຄູກ່ຽວກັບວິທີຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຫ້ອງຮຽນ. ຄູມີບົດບາດສໍາຄັນໃນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ຕອບສະໜອງຕໍ່ຄວາມສະເໝີພາບຍິງ-ຊາຍສໍາລັບນັກຮຽນຂອງເຂົາເຈົ້າ. ແຕ່ເຂົາເຈົ້າອາດຈະຍັງບໍ່ຮູ້ວິທີການເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວໃນການຈັດຕັ້ງປະຕິບັດ. ບາງຄັ້ງຄູອາດສະແດງຄວາມລຳອ່ຽງດ້ານເພດໂດຍບໍ່ຮູ້ຕົວ. ການຖ່າຍທຳໃນໂຮງຮຽນຕົວຈິງກັບຄູຈະຊ່ວຍໃຫ້ຄູທ່ານອື່ນໆສາມາດຄຳນຶ່ງເຖິງບັນດາຂໍ້ຄວາມສຳຄັນໃນວິດີໂອ ແລະ ວິທີການທີ່ເຂົາເຈົ້າຈະນຳໃຊ້ກັບສະຖານະການຕົວຈິງໃນຫ້ອງຮຽນປະຈໍາວັນຂອງເຂົາເຈົ້າເອງ. ​ໃນ​ວິ​ດີ​ໂອ, ພວກ​ເຮົາ​ໃຫ້​ຄູ​ແນະນຳ​ວີທີການ​ທີ່​ສາມາດປະຕິບັດ​ໄດ້​ຫຼາຍແບບ ​ເພື່ອ​ຮັບປະກັນ​ໃຫ້​ເດັກ​ຍິງ ​ແລະ​ ເດັກຊາຍ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮຽນ​ຮູ້​ເທົ່າ​ທຽມ​ກັນ”.

ທ່ານຮອງເອກອັກຄະລັດຖະທູດອົດສະຕຣາລີດີໃຈທີ່ໄດ້ເຫັນນັກຮຽນມີຄວາມຕັ້ງໃຈປະກອບສ່ວນສະແດງໃນວິດີໂອສົ່ງເສີມຄວາມສເໝີພາບຍິງຊາຍ

ທີມງານຖ່າຍທຳກຳລັງຖ່າຍທຳວິດີໂອ

ທ່ານ ​ນາງ ຊໍາເມີວິວ ໄດ້ກ່າວ​ວ່າ: “ລັດຖະບານອົດ​ສະ​ຕາ​ລີ​ມີຄວາມພາກ​ພູມ​ໃຈ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໂດຍຜ່ານແຜນງານບີຄວາ ດ້ວຍ​ຂະ​ບວນ​ການ​ສ້າງ​ຄວາມ​ຮັບຮູ້​ນີ້. ຂໍ້ລິເລີ່ມນີ້ແມ່ນຕົວຢ່າງຂອງຄຳໝັ້ນສັນຍາທີ່ຕໍ່ເນື່ອງຂອງພວກເຮົາໃນການສົ່ງເສີມການສຶກສາຮຽນຮ່ວມ ແລະ ຮັບປະກັນໃຫ້ນັກຮຽນທຸກຄົນ, ບໍ່ວ່າຈະເປັນຍິງ-ຊາຍ, ຊົນເຜົ່າ, ຫຼື ມີຄວາມສາມາດທີ່ແຕກຕ່າງກັນ, ຈະມີໂອກາດທີ່ຈະພັດທະນາຕົນເອງໃນໂຮງຮຽນ”.

ໃນຂະນະທີ່ລົງຕິດຕາມການຖ່າຍທຳໃນໂຮງຮຽນ, ທ່ານ ​ນາງ ຊໍາເມີວິວ ແລະ  ທ່ານ ຮ.ສ ປ.ອ ອານຸລົມ ວິໄລພອນ ຍັງໄດ້ຢ້ຽມຢາມຫ້ອງຮຽນທີ່ສອນໂດຍໃຊ້ຫຼັກສູດສະບັບປັບປຸງໃໝ່ ໂດຍການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ. ການປັບປຸງຫຼັກສູດຊັ້ນປະຖົມແຫ່ງຊາດແມ່ນຄວາມພະຍາຍາມອັນຍິ່ງໃຫຍ່ທີ່ເລີ່ມມາແຕ່ປີ 2015. ເຊິ່ງລວມມີການພັດທະນາ ແລະ ການແຈກຢາຍປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນ-ການສອນທີ່ປັບປຸງໃໝ່ໃນທົ່ວປະເທດ ພ້ອມທັງສະໜອງການຝຶກອົບຮົມ ແລະ ການສະໜັບສະໜູນຄູຂັ້ນປະຖົມທັງໝົດໃນທົ່ວປະເທດ. ຫຼັກສູດທີ່ປັບປຸງໃໝ່ແມ່ນສົ່ງເສີມການສຶກສາຮຽນຮ່ວມຜ່ານເນື້ອໃນ ແລະ ຮູບພາບທີ່ສະແດງໃຫ້ເຫັນຄວາມກ້າວໜ້າທີ່ຕ່າງຈາກມາດຕະຖານທີ່ກຳນົດຜ່ານມາທີ່ບໍ່ເໝາະສົມ, ປັບປຸງແນວຄວາມຄິດເກົ່າແກ່ດັ່ງເດີມກ່ຽວກັບຄວາມສະເໝີລະຫວ່າງພາບຍິງ-ຊາຍ ແລະ ລວມເອົາຄວາມພິການ. ຫຼັກສູດສະບັບປັບປຸງແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນກັນຍາ 2019 ໂດຍເລີ່ມຈາກຂັ້ນ ປ.1 ແລະ ມາຮອດປັດຈຸບັນແມ່ນສໍາເລັດຮອດພັດທະນາສື່ການຮຽນການສອນຂັ້ນ ປ. 5 ເຊິ່ງສະບັບປັບປຸງໄດ້ນໍາໃຊ້ໃນບັນດາຫ້ອງຮຽນນັບແຕ່ເດືອນກັນຍາ 2023.

ທ່ານ​ ນາງ ຊໍາເມີວິວ ໄດ້ກ່າວ​ວ່າ: “ໜຶ່ງ​ໃນ​ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ​ທີ່ລັດຖະບານ​ອົດ​ສະ​ຕຣາ​ລີ​ໃຫ້ການ​ສະໜັບສະໜູນ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ສປປ ລາວ ​ແມ່ນ​ການ​ພັດທະນາ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຫຼັກສູດຊັ້ນ​ປະຖົມສຶກສາ​ແຫ່ງ​ຊາດ​ສະບັບ​ປັບປຸງ​ໃນ​ທົ່ວ​ປະ​ເທດ. ຫຼັກສູດດັ່ງກາວໄດ້ຫັນປ່ຽນການສຶກສາຂັ້ນປະຖົມໃນລາວໃນຫຼາຍດ້ານ ໂດຍການນໍາສະເໜີວິທີການສິດສອນ, ການຮຽນຮູ້ທີ່ຖືເອົານັກຮຽນເປັນໃຈກາງ, ແລະ ຮຽນດ້ານການປະຕິບັດຕົວຈິງ ເຊິ່ງເປັນຄັ້ງທໍາອິດ ແລະ ຍັງໄດ້ລວມເອົາທັກສະທີ່ຈໍາເປັນໃນສະຕະວັດທີ 21 ໃຫ້ແກ່ນັກຮຽນ”.

ຫຼັກສູດສະບັບປັບປຸງໄດ້ຮັບຮອງເອົາວິທີການສອນແບບໃໝ່ທີ່ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນ. ນັກຮຽນໄດ້ຮຽນຮູ້ໂດຍການປະກອບສ່ວນໃນຫ້ອງຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເຮັດທົດລອງຜ່ານກິດຈະກໍາຕ່າງໆ ພ້ອມທັງສະທ້ອນຄຶນໃນສິ່ງທີ່ເຂົາເຈົ້າໄດ້ປະຕິບັດ. ຄະນະ​ຜູ້​ແທນ​ທີ່ໄດ້ໄປຢ້ຽມຢາມມີ​ຄວາມ​ປະທັບໃຈ​ທີ່​ໄດ້​ເຫັນ​ນັກ​ຮຽນ​ໄດ້​ຮ່ວມ​ມືກັນ, ມີ​ສ່ວນ​ຮ່ວມ​ໃນການນຳໃຊ້ສື່ການຮຽນການສອນ ​ແລະ ໄດ້​ຮຽນ​ຮູ້ຈາກການປະຕິບັດຕົວຈິງ.

ສະຖານທູດອົດສະຕຣາລີໄດ້ມອບປຶ້ມ ແລະ ອຸປະກອນກິລາໃຫ້ແກ່ນັກຮຽນທີ່ເຂົ້າຮ່ວມການຖ່າຍທຳວິດີໂອ

ຄະນະຜູ້ແທນຈາກສະຖານທູດອົດສະຕຣາລີ ແລະ ທີມງານຖ່າຍທຳຈາກກະຊວງສຶກສາທິການ ແລະ ກິລາ

ໃນວິດີໂອ ຄູໄດ້ສະແດງການຕິດໂປສະເຕີໃນຫ້ອງຮຽນທີ່ສະແດງເຖິງການສົ່ງເສີມຄວາມສະເໝີພາບຍິງຊາຍ

ທ່ານ​ ນາງ ຊໍາເມີວິວ ໄດ້ກ່າວ​ສະຫຼຸບວ່າໃນຕອນທ້າຍວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາຢ້ຽມຢາມໂຮງຮຽນປະຖົມແຫ່ງນີ້ໃນ ສ.ປ.ປ ລາວ ເຊິ່ງກໍ່ເປັນຄັ້ງທຳອິດຂອງຂ້າພະເຈົ້າ ແລະ ເຫັນໄດ້ເຖິງໝາກຜົນຂອງການຮ່ວມມືອັນຍາວນານລະຫວ່າງ ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ. ເມື່ອຮ່ວມມືກັນ, ພວກເຮົາຈະສ້າງອະນາຄົດທີ່ສົດໃສ ແລະ ເໝາະສົມສຳລັບນັກຮຽນທຸກຄົນໄດ້ຫຼາຍຂຶ້ນ ໂດຍການລົງທຶນໃນການສຶກສາທີ່ມີຄຸນນະພາບສໍາລັບເດັກນ້ອຍທຸກຄົນ”.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ແຜນງານ​ໄດ້​ສຸມ​ໃສ່​ການເສີມ​ຂະ​ຫຍາຍ​ຜົນ​ການຮຽນ​ຂອງ​ຊາວ​ໜຸ່ມ​ຂອງ​ປະ​ເທດ​, ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່​ດ້ອຍ​ໂອ​ກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *