220516 MT Taining Opening Remark by Dan Heldon

The Master Trainers Training marks the beginning of an extensive series of cascade training to get over 9,000 Grade 4 teachers and pedagogical advisors ready to implement the new curriculum nationwide in September

ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ພັດທະນາຫຼັກສູດຊັັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ພ້ອມກັບສະໜອງອຸປະກອນສື່ການຮຽນການສອນແບບໃໝ່ ແລະ ແຜນການຝຶກອົບຮົມທີ່ສົມບູນໃຫ້ແກ່ຄູຊັ້ນປະຖົມສຶກສາ. ການຮ່ວມມືທີ່ເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ນີ້ ແມ່ນໄດ້ສືບຕໍ່ຈັດຕັ້ງປະຕິບັດທ່າມກາງວິກິດການ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ແລະ ການປິດເມືອງຫຼາຍໆຄັ້ງທີ່ຜ່ານມາ.

ທ່ານ ປອ. ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ກ່າວໃນລະຫວ່າງພິທີເປີດການຝຶກອົບຮົມຄູຝຶກຫຼັກແຫຼ່ງກ່ຽວກັບຫຼັກສູດຊັ້ນປະຖົມຂັ້ນ ປ.4 ໃນວັນທີ 16 ພຶດສະພາ ວ່າ: “ການປ່ຽນແປງທີ່ສຳຄັນຂອງຫຼັກສູດແມ່ນວິທີການຮຽນການສອນແບບໃໝ່ ຊຶ່ງຈຸດປະສົງແມ່ນເພື່ອສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມ ແລະ ມີຄວາມກະຕືລືລົ້ນໃນກິດຈະກໍາການຮຽນຮູ້, ມີການພັດທະນາການຄົ້ນຄິດແບບມີວິຈາລະນະຍານ, ຮູ້ຈັກວິທີການແກ້ໄຂບັນຫາ ແລະ ສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນຊີວິດປະຈຳວັນ.”

ທ່ານ ປອ. ອ່ອນແກ້ວ ໄດ້ກ່າວຕື່ມວ່າ: “ການສະໜອງການຝຶກອົບຮົມຄູສອນທີ່ມີການວາງແຜນດີ ແລະ ມີຄຸນະພາບນັ້ນ ແມ່ນປັດໄຈສໍາຄັນຕໍ່ຜົນສໍາເລັດຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເປີດການຝຶກອົບຮົມຄູຝຶກຫຼັກແຫຼ່ງໃນມື້ນີ້ ເຊິ່ງມັນເປັນຈຸດເລີ່ມຕົ້ນຂອງຂະບວນການຝຶກອົບຮົມຄູສອນຊັ້ນປະຖົມສຶກສາຂັ້ນ ປ.4 ເພື່ອໃຫ້ຄູທຸກຄົນມີທັກສະ, ເຕັກນິກ ແລະ ຄວາມຮູ້ໃນພາກປະຕິບັດທີ່ຈຳເປັນ ເຂົ້າໃນການນຳໃຊ້ອຸປະກອນສື່ການຮຽນການສອນແບບໃໝ່ໃນຫ້ອງຮຽນຂອງພວກເຂົາ ແລະ ເປັນການປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕຣາລີ ທີ່ສືບຕໍ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່.”

ໃນສອງປີທີ່ຜ່ານມາ, ການຈັດການຝຶກອົບຮົມໄດ້ຮັບການອອກແບບມາເພື່ອຮັບປະກັນ ແລະ ສົ່ງເສີມມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19. ຄູຝຶກຫຼັກແຫຼ່ງທີ່ບໍ່ໄດ້ອາໄສຢູ່ນະຄອນຫຼວງວຽງຈັນຈຳນວນ 33 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມຜ່ານຮູບແບບທາງໄກ ແລະ ຄູຝຶກຫຼັກແຫຼ່ງອີກ 30 ທ່ານທີ່ອາໄສຢູ່ນະຄອນຫຼວງວຽງຈັນໄດ້ເຂົ້າຮ່ວມການຝຶກອົບຮົມແບບເຊິ່ງໜ້າ ຊຶ່ງໄດ້ຈັດຂຶ້ນຢູ່ສອງຫ້ອງແຕກຕ່າງກັນເພື່ອຮັກສາໄລຍະຫ່າງທາງສັງຄົມ. ການກ່າວເປີດພິທີແມ່ນໄດ້ຈັດຂຶ້ນຜ່ານທາງວິດີໂອທາງໄກ.

ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ ມີເປົ້າໝາຍຮ່ວມກັນເພື່ອຮັບປະກັນການສຶກສາໃຫ້ເຂົ້າເຖິງໄດ້ສໍາລັບທຸກຄົນ. ພວກເຮົາມຸ່ງໝັ້ນຮ່ວມກັນທີ່ຈະສົ່ງເສີມຄວາມເທົ່າທຽມ ແລະ ຄວາມສະເໝີພາບໃນທຸກໆກິດຈະກໍາທີ່ພວກເຮົາໃຫ້ການສະໜັບສະໜູນ. ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນການເພີ່ມທະວີ ແລະ ເນັ້ນໜັກໃສ່ວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນອຸປະກອນສື່ການຮຽນການສອນໃນຫຼັກສູດ ແລະ ອຸປະກອນສື່ການຝຶກອົບຮົມຄູ.”

ໃນປີນີ້ ໄດ້ມີການສຸມໃສ່ການເພີ່ມທະວີທາງດ້ານຄວາມຫຼາກຫຼາຍ ແລະ ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ໃນການທົບທວນຄືນຂອງທີມຄູຝຶກ ແລະ ອັດຕາສ່ວນຂອງຄູຝຶກຂັ້ນແຂວງເພດຍິງໄດ້ເພີ່ມຂຶ້ນ 5% ຈາກ 40% ເປັນ 45%. ປັດຈຸບັນ ທີມຄູຝຶກແມ່ນມີຄວາມສົມດູນຫຼາຍຂຶ້ນລະຫວ່າງຍິງ-ຊາຍ ໂດຍມີຄູຝຶກຫຼັກແຫຼ່ງ ຈໍານວນ 63 ຄົນ (ເພດຍິງ 46%) ແລະ ທີມຄູຝຶກຂັ້ນແຂວງ 18 ທີມ, ໂດຍລວມມີຄູຝຶກທັງໝົດ 633 ຄົນມາຈາກທຸກໆເມືອງໃນທົ່ວປະເທດ.

MT Training Opening Remarks Dr Onekeo

MT Training Participants joining online from all provinces

ທ່ານ ເຮວເດິນ ໄດ້ກ່າວຕື່ມວ່າ: “ຄວາມຫຼາກຫຼາຍ ໝາຍເຖິງຄວາມແຕກຕ່າງກັນທາງດ້ານທັດສະນະ, ປະສົບການ, ທັກສະ ລວມໄປເຖິງຄວາມສະເໝີພາບທາງເພດ. ດ້ວຍການປະສົມປະສານເຫຼົ່ານີ້, ພວກເຮົາຈະສາມາດສ້າງທີມງານທີ່ເຂັ້ມແຂງກວ່າໄດ້.”

ໃນລະຫວ່າງການຝຶກອົບຮົມທີ່ໃຊ້ເວລາ 6 ວັນນີ້, ຄູຝຶກຫຼັກແຫຼ່ງຈໍານວນ 63 ທ່ານຈະໄດ້ຮັບຄໍາແນະນໍາກ່ຽວກັບເນື້ອໃນຫຼັກສູດຂັ້ນ ປ.4 ສະບັບປັບປຸງໃໝ່ ຊຶ່ງມີ 3 ວິຊາເຊັ່ນ: ວິຊາພາສາລາວ, ວິຊາພາສາອັງກິດ, ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ. ພວກເຂົາຈະມີໂອກາດໃນການສໍາຫຼວດ, ທົດສອບ ແລະ ສະທ້ອນຄືນບັນດາກິດຈະກໍາຕ່າງໆໃນຫ້ອງຮຽນທີ່ໄດ້ຮັບການສ້າງຂຶ້ນໂດຍອີງໃສ່ຮູບແບບການຮຽນໂດຍເອົານັກຮຽນເປັນໃຈກາງໃນການຮຽນຜ່ານກິດຈະກໍາການທົດລອງການສອນ. ນອກນີ້, ພວກເຂົາຍັງຈະໄດ້ຮັບຄໍາແນະນໍາກ່ຽວກັບວິທີການປະເມີນແບບໃໝ່ ແລະ ຮ່າງການແຕ່ງບົດສອນຊັ້ນປະຖົມແບບໃໝ່ນໍາອີກ. ໃນພາກສຸດທ້າຍຂອງການຝຶກອົບຮົມ, ຄູຝຶກຫຼັກແຫຼ່ງຈະໄດ້ສຸມໃສ່ການຮຽນແນວທາງທີ່ຄູຝຶກ ແລະ ຄູສອນຈະສາມາດສືບຕໍ່ຮຽນຮູ້, ພັດທະນາ, ຊອກຫາ ແລະ ໃຫ້ການສະໜັບສະໜູນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ໃນລະຫວ່າງສົກຮຽນອີກດ້ວຍ.

ນອກຈາກນີ້, ຍັງຈະໄດ້ເນັ້ນໃສ່ວຽກງານຄວາມສະເໜີພາບດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ຄູຝຶກຫຼັກແຫຼ່ງຈະຄົ້ນຄວ້າວິທີການໃນພາກປະຕິບັດເພື່ອສະໜັບສະໜູນຄູໃນການວາງແຜນ ແລະ ຖ່າຍທອດບົດຮຽນທີ່ສົ່ງເສີມການສຶກສາຮຽນຮ່ວມ ແລະ ຮັບປະກັນໂອກາດໃຫ້ນັກຮຽນທຸກຄົນຢ່າງສະເໝີພາບກັນ. ຕົວຢ່າງ: ໃຫ້ນັກຮຽນຍິງເປັນຜູ້ນຳພາໃນກິດຈະກໍາເຮັດວຽກເປັນກຸ່ມ, ການຈັດຫ້ອງຮຽນຄືນໃໝ່ເພື່ອອຳນວຍຄວາມສະດວກໃຫ້ນັກຮຽນທີ່ມີອຸປະສັກໃນການເຄື່ອນເໜັງ, ຫຼື ສົ່ງເສີມໃຫ້ນັກຮຽນລາວທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາແມ່ ນຳໃຊ້ພາສາເກີດຂອງຕົນເພື່ອກວດເບິ່ງຄວາມເຂົ້າໃຈຕໍ່ກັບເນື້ອໃນບົດຮຽນ.

ໃນເດືອນມິຖຸນານີ້, ຄູຝຶກຫຼັກແຫຼ່ງຈະໄດ້ຈັດການຝຶກອົບຮົມໃນຮູບແບບທີ່ຕົນໄດ້ຝຶກຜ່ານມາໃຫ້ແກ່ຄູຝຶກຂັ້ນແຂວງ ຈໍານວນ 633 ຄົນ ໂດຍແບ່ງເປັນ 18 ທີມ. ຫຼັງຈາກນັ້ນ, ຄູຝຶກຂັ້ນແຂວງກໍຈະໄດ້ສືບຕໍ່ດໍາເນີນການຝຶກອົບຮົມແບບເຊິ່ງໜ້າໃຫ້ກັບຄູສອນຂັ້ນ ປ.4 ແລະ ຄູສຶກສານິເທດ ລວມທັງໝົດປະມານ 9,000 ຄົນໃນທົ່ວປະເທດ ໂດຍໃຊ້ເວລາ 4 ວັນໃນການຝຶກອົບຮົມ.

ເພື່ອເປັນການອໍານວຍຄວາມສະດວກໃນການຮຽນຮູ້ດ້ວຍຕົນເອງ, ການກະກຽມບົດຮຽນ ຫຼື ການທົບທວນເຕັກນິກການສອນສະເພາະເພີ່ມຂຶ້ນນັ້ນ, ທາງ ສວສ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ມີການສ້າງວິດີໂອຫຼາກຫຼາຍຮູບແບບໃຫ້ກັບຄູສອນ ແລະ ຄູຝຶກໄດ້ເບິ່ງ. ວິດີໂອເຫຼົ່ານີ້ແມ່ນສາມາດເຂົ້າເບິ່ງໄດ້ໃນຊ່ອງຢູທູບ “ວິດີໂອສໍາລັບການພັດທະນາຄູ” ຫຼື ຜ່ານທາງຊ່ອງໂທລະພາບສຶກສາ-ກິລາລາວຂອງກະຊວງ. ໃນປັດຈຸບັນ, ໄດ້ມີການເຂົ້າຊົມຢູ່ຊ່ອງຢູທູບຫຼາຍກວ່າ 1.6 ລ້ານຄັ້ງແລ້ວ. ວິດີໂອໃໝ່ສອງອັນທີ່ຜະລິດສຳເລັດກໍຫາກໍ່ໄດ້ເຜີຍແຜ່ ຄື: ວິດີໂອ ການປະດິດ ແລະ ການນຳໃຊ້ບັດຄຳ ແລະ ບັດຮູບພາບ ແລະ ວິດີໂອຄູຕົວແບບ (ຂ້ອຍຮັກອາຊີບຄູ) ກ່ຽວກັບການຮຽນການສອນທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ. ນອກນັ້ນ, ຍັງມີການຜະລິດວິດີໂອເພີ່ມຕື່ມອີກເຊັ່ນ: ວິດີໂອການຊ່ວຍເຫຼືອນັກຮຽນລາວທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາແມ່, ວິດີໂອຄູຕົວແບບ (ຂ້ອຍຮັກອາຊີບຄູ) ກ່ຽວກັບການສຶກສາຮຽນຮ່ວມ ແລະ ວິດີໂອກ່ຽວກັບການສະໜັບສະໜູນຄູ. ພ້ອມກັນນີ້, ຍັງມີຟາຍສຽງສໍາລັບວິຊາພາສາອັງກິດຂັ້ນ ປ.4 ຈຳນວນ 105 ຟາຍ ເຊິ່ງຈະສາມາດນຳໃຊ້ໄດ້ໃນໄວໆນີ້. ວີດີໂອທັງໝົດນີ້ແມ່ນໄດ້ຮັບການຖ່າຍທຳຢູ່ໃນຫ້ອງຮຽນລາວ ແລະ ມີການເພີ່ມພາສາມືເຂົ້າໃນວິດີໂອ ເພື່ອໃຫ້ຄົນທີ່ມີບັນຫາທາງດ້ານການໄດ້ຍິນສຽງສາມາດຮັບຊົມໄດ້ຮ່ວມກັນນໍາອີກ.

ທ່ານ ເຮວເດິນ ໄດ້ກ່າວປິດໄວ້ວ່າ: “ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກທ່ານຈົ່ງປະສົບຜົນສໍາເລັດໃນການຝຶກອົບຮົມໃນຄັ້ງນີ້. ຂ້າພະເຈົ້າ ຫວັງວ່າຈະໄດ້ເຫັນທີມຄູຝຶກທີ່ມີຄວາມຫຼາກຫຼາຍ ແລະ ມີຄວາມສົມດູນຂຶ້ນ ໃນພາກປະຕິບັດທີ່ຈະມີການຈັດການຝຶກອົບຮົມໃຫ້ກັບຄູສອນຂັ້ນ ປ.4 ແລະ ຄູສຶກສານິເທດປະມານ 9,700 ຄົນ ໃນເດືອນກໍລະກົດ ຫາ ເດືອນສິງຫາ ປີ 2022. ຂ້າພະເຈົ້າ ຫວັງວ່າທຸກທ່ານຈະປະສົບຜົນສຳຜົນສຳເລັດໄປດ້ວຍດີ. ຄວາມພາກພຽນ ແລະ ພະຍາຍາມຂອງພວກທ່ານຈະຊ່ວຍໃຫ້ເດັກນ້ອຍຊັ້ນປະຖົມໃນປະເທດລາວ ໄດ້ຮຽນຮູ້ດີຂຶ້ນ ແລະ ປະສົບຜົນສຳເລັດຫຼາຍຂຶ້ນ.”

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *