ນັບແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາ (ສສກ), ພາຍໃຕ້ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກ​ສາ ແລະ ຫຼັກສູດສ້າງ​ຄູປະຖົມສຶກ​ສາ.

ຫຼັກສູດຊັ້ນປະຖົມສຶກ​ສາແມ່ນນຳໃຊ້ໃນຫ້ອງຮຽນຊັ້ນປະຖົມ​ສຶກ​ສາທົ່ວປະເທດ  ແລະ ຫຼັກສູດການ​ສ້າງ​ຄູປະຖົມແມ່ນນຳໃຊ້ໃນວິທະຍາໄລຄູ 8 ແຫ່ງ ເພື່ອ​ສອນໃຫ້ນັກ​ສຶກ​ສາຄູ ຜູ້ທີ່ຈະກາຍເປັນຄູສອນຊັ້ນປະຖົມສຶກ​ສາໃນອະນາຄົດ. ດັ່ງນັ້ນ, ຫຼັກສູດສ້າງ​ຄູປະຖົມສຶກ​ສາ ສຳລັບວິທະຍາໄລຄູຈຶ່ງມີຄວາມສອດຄ່ອງຫຼາຍ ກັບຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່, ເຊິ່ງສ້າງຂຶ້ນບົນພື້ນຖານການຮຽນການສອນທີ່ເນັ້ນການປະຕິບັດຕົວຈິງ. ຫຼັກສູດນີ້ແມ່ນເນັ້ນໃສ່ ການສອນພາສາລາວ,​ ການສອນພາສາລາວສຳລັບເດັກ​ນ້ອຍ​ຊົນ​ເຜົ່າ ແລະ ການຮຽນ​ຮ່ວມ. ຕໍ່ກັບຫຼັກສູດສ້າງ​ຄູ​ປະ​ຖົມ, ສຳມະນາກອນຄູຈະຮັບການແນະນຳຂໍ້ມູນທີເຂັ້ມແຂງກ່ຽວກັບຫຼັກສູດຊັ້ນປະຖົມ ທີ່ພວກເຂົາຈະສິດສອນໃນອະນາຄົດ, ການໃຫ້ຄຳປຶກສາວິທີສອນແບບໃໝ່ ແລະ ເປັນ​ໂອ​ກາດ​ໃນ​ການ​ຝຶກສອນນັກ​ຮຽນໃນເວ​ລາ​ທີ່​ພວກ​ເຂົາ​ລົງ​ຝຶກ​ຫັດ​ວິ​ຊາ​ຊີບ.

ການຈັດຕັ້ງປະຕິບັດສອງຫຼັກສຸດນີ້ແມ່ນເລີ່ມແຕ່ເດືອນ ກັນຍາ 2019, ເຊິ່ງເລີ່ມຈາກໂຮງຮຽນຊັ້ນປະຖົມສຶກ​ສາ ຂັ້ນ ປ.1 ໃນທົ່ວປະເທດ ແລະ ວິທະຍາໄລຄູປີ​ທີ 1 ໃນແຕ່ລະແຫ່ງ (ວຄ).

ການປັບປຸງຫຼັກສູດສ້າງຄູຊັ້ນປະຖົມສຶກ​ສາສະບັບປັບປຸງໃໝ່ແມ່ນນຳພາໂດຍ ກົມສ້າງຄູ (ສຄ) ແລະ ສູນພັດທະນາຄູ (ສພຄ). ທີມພັດທະນາຫຼັກສູດ 17 ລາຍ​ວິ​ຊາ ທີ່​ມາຈາກ ກົມສ້າງຄູ,​ ສູນພັດທະນາຄູ, ຄະນະສຶກສາສາດ (ຄ​ສ​ສ) ມະຫາວິທະຍາໄລ 4 ແຫ່ງ​ທົ່ວ​ປະ​ເທດ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ (ສວ​ສ), ວິທະຍາໄລຄູ ແລະ ວິ​ທະ​ຍາ​ໄລ​ພາ​ລະ​ສຶກ​ສາ ແລະ ສິ​ລ​ະ​ປະ​ສຶກ​ສ​າ ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຂຽນເນື້ອ​ໃນ​ເອ​ກະ​ສານ​ຫຼັກ​ສູດ​ສ້າງ​ຄູ​ປະ​ຖົມ​ສະ​ບັບ​ປັບ​ປຸງ​ໃໝ່​ນີ້. ເປົ້າ​ໝາຍ​ແມ່ນ​ເພື່ອ​ທົດ​ລອງ​ນຳ​ໃຊ້ເນື້ອ​ໃນ​ເອ​ກະ​ສານ​ຫຼັກ​ສູດ​​ຄືນ​ອີກ ​ຢູ່​ວິ​ທະ​ຍາ​ໄລ​ຄູ ແລະ ປັບ​ປຸງຄືນ​ຕາມ​​ຄວາມຈຳ​ເປັນ. ໃນ​ຂະ​ນະ​ທີ່ ວິ​ທະ​ຍາ​ໄລ​ຄູ 8 ແຫ່ງ​ໄດ້​ເລີ່ມ​ທົດ​ລອງນຳ​ໃຊ້​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່​ໃນ​ປີ​ທີ 1, ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ການ​ທົດ​ລອງ​ນຳ​ໃຊ້​ຫຼັກ​ສູດ​ສ້າງ​ຄູ​ສະ​ບັບປັບ​ປຸງ​ໃໝ່​ ໄດ້ມີການຕິດ​ຕາມ​ຢ່າງ​ໃກ້​ຊິດ​ຢູ່​​ສອງສະ​ຖານ​ບັນ​ວິ​ທະ​ຍາ​ໄລ​ຄູ ​ຄື: ວິ​ທະ​ຍາ​ໄລ​ຄູ​ປາກ​ເຊ ແລະ ວິ​ທະ​ຍາ​ໄລ​ຄູ​ດົງ​ຄຳ​ຊ້າງ. ​ອາ​ຈານ​ທີ່​ໄດ້​ສອນ​ທົດ​ລອງ​ຫຼັກ​ສູດ​ແມ່ນຈະ​ໃຫ້​ຄຳ​ຄິດ​ເຫັນ​ກ່ຽວ​ກັບເນື້ອ​ໃນ​ເອ​ກະ​ສານ​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່ ເຊິ່ງ​ຈະ​ໄດ້​ວິ​ເຄາະ ແລະ ປັ​ບ​ປຸງ​ຄືນໃນ​ຈຸດ​ທີ່​ຄວນ​ປັບ​ປຸງ.

ກອງ​ປະ​ຊຸມພັດ​ທະ​ນາ ແລະ ປັບ​ປຸງ​ຫຼັກ​ສູດສ້າງຄູປະຖົມສຶກສາຊຶ່ງໄດ້ຈັດຂຶ້ນໃນອາທິດນີ້, ໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ບຸນໄຊ ຈັນສີນາ, ຜູ້ອໍານວຍການສູນພັດທະນາຄູ ເຊິ່ງກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ມີ​ທີມ​ງານ​ພັດ​ທະ​ນາ​ຫຼັກ​ສູດ​ຫຼາຍກວ່າ 60 ທ່ານເຂົ້າຮ່ວມ. ທີມ​ຂຽນ​ຫຼັກ​ສູດ​ສຳ​ລັບ​ວິ​ຊາ​ທີ່​ສອນ​ໃນ​ປີ​ທີ 1 ພາກ​ຮຽນ​ທີ 1 ຈະ​ທົບ​ທວນຄືນເນື້ອ​ໃນ​ເອ​ກະ​ສານ​ຫຼັກ​ສູດ ໂດຍ​ອີງ​ໃສ່​ການ​ປະ​ກອບ​ຄຳ​ຄິດ​ເຫັນຂອງຄູ​ທີ່​ທົດ​ລອງ​ນຳ​ໃຊ້​ຫຼັກ​ສູດ ເຊິ່ງ​ພວກ​ເຂົາ​ຈະ​ນຳ​ປະ​ສົບ​ການ​ສິດ​ສອນ​ລາຍ​ວິ​ຊາ​ຕ່າງໆ​ໃນ​ພາກ​ຮຽນ 1 ຕັ້ງ​ແຕ່​ເດືອນ​ກັນ​ຍາ 2019, ໂດຍ​ສະ​ເພາະ​ໃນ​ສອງ​ສະ​ຖາ​ບັນ​ຫຼັກ​.​ ນັກ​ຂຽນ​ຫຼັກສູດຫຼາຍໆ​ທ່ານ ​ແມ່ນ​ຜູ້​ສອນລາຍ​ວິ​ຊາ​ຕ່າງໆ​ຂອງ​ຫຼັກ​ສູດ, ເຂົາເຈົ້າ​ຈະ​ອີງ​ໃສ່​ປະ​ສົບ​ການ​ການ​ສອນ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ຮຽນ 1 ເພື່ອ​ແນະ​ນຳ​ການ​ປັບ​ປຸງ​ໃນ​ຂັ້ນ​ຕໍ່​ໄປ. ຕາມ​ການ​ປຶກ​ສາ​ຫາ​ລື​ໃນ​ກອງ​ປ​ະ​ຊຸມ, ຫຼັງ​ຈາກ​ນັ້ນ ຈະ​ໄດ້​ມີ​ກອງ​ປະ​ຊຸມ ທົບ​ທວນ ແລະ ປັບ​ປ​ຸງ​ເນື້ອ​ໃນ​ເອ​ກະ​ສານ​ຂອງ​ຫຼັກ​ສູດ​ສ້າງ​ຄູ​ປະ​ຖົມ​ ທີ່​ສອນ​ໃນພາກ​ຮຽນ​ທີ 1 ຄືນ​ໃນ​ປີຕໍ່​ໄປ.

ພ້ອມ​ດຽວກັນ​ນັ້ນ, ນັກຂຽນ​ຫຼັກ​ສູດ​ຈະ​ສຳ​ເລັດ​ການພັດທະນາເນື້ອ​ໃນ​ຂອງ​ລາຍ​ວິ​ຊາ​ທີ່​ຈະ​ສອນ ​ພາກ​ຮຽນ 2 ຂອງ​ປີທີ 1 ແລະ ສືບ​ຕໍ່​ພັດ​ທະ​ນາເນື້ອ​ໃນ​ເອ​ກະ​ສານ​ຂອງ​ຫຼັກ​ສູດ​ສຳ​ລັບ​ປີ​ທີ 2. ຈະສືບຕໍ່​ດ້ວຍກອງ​ປະ​ຊຸມ ປັບ​ປຸງ​ເນື້ອໃນ​ຫຼັກ​ສູດ​ສຳ​ລັບ​ພາກຮຽນ 2, ເນື້ອ​ໃນ​ເອ​ກະ​ສານ​ສຳ​ລັບ​ພາກ​ຮຽນ​ທີ່​ສອງ​ແມ່ນຈະ​ຜະ​ລິດ  ແລະ ສົ່ງ​ໃຫ້ ວິ​ທະ​ຍາ​ໄລ​ຄູ (ວຄ) ໃຫ້​ທັນ​ເວ​ລາ​ເພື່ອທົດ​ລອງ​ນຳ​ໃຊ້ໃນ​ພາກ​ຮຽ​ນ 2 ໃນ​ເດືອນ ​ກຸມ​ພາ 2020.

ຂະບວນການເພີ້ມເຕີມຂອງການພັດທະນາຫຼັກສູດຈະະ​ສືບ​ຕໍ່​ຕະ​ຫຼອດ​ສົກ​ຮຽນ ໂດຍຄຽງຄູ່ກັບ​ການ​ຈັດ​ກ​ອງ​ປະ​ຊຸມ​ພັດ​ທະ​ນາ ແລະ ປັບ​ປຸງ​ຫຼັກ​ສູດສ້າງຄູປະຖົມສຶກສາໃນ​ທຸກໆ 3 ເດືອນ. ການ​ກະ​ກຽມ​ຄູ​ສອນ​ທີ່​ດີ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ຮຽນຮູ້​ຂອງ​ນັກ​ຮຽນ. ການ​ປັບ​ປຸງທັງ​ສອງ​ຫຼັກ​ສູດ​ແມ່ນໃຫ້​ສອດ​ຄ່ອງກັນ ຊຶ່ງເປັນ​ບາດ​ກ້າວ​ສຳ​ຄັນໃນການປັບປຸງຜົນສຳເລັດຂອງການສຶກສາເພື່ອເດັກນ້ອຍລາວທຸກຄົນ ແລະ ສ້າງໂອກາດສຳ​ລັບອະນາຄົດຂອງເຂົາເຈົ້າ.

ກະ​ລຸ​ນາ​ກົດ​ບ່ອນ​ນີ້​ເພື່ອ​ເບິ່ງ​ບົດ​ຂ່າວ​ທີ່​ໄດ້​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ຊ່ອງ 1 – ລາຍ​ການ​ສຶກ​ສາ​ໃໝ່

https://www.facebook.com/IMCLaos/videos/3097990906883995/