ຫົວຂໍ້ໃນການສະເຫຼີມສະຫຼອງ ວັນຄູປີນີ້ ແມ່ນ “ຄູໄວໜຸ່ມ: ອາຊີບໃນອະນາຄົດ”. ນາງ ມີຕຸ ແລເຊີ, ນາງ ລຳເງິນ ແຍງຄຳຈັນທະວົງ ແລະ ທ້າວ ມົນ ຄູນມະໄຕ ແມ່ນບັນດາຄູໄວໜຸ່ມທີ່ຈະກາຍເປັນຄູລຸ້ນຕໍ່ໄປໃນອະນາຄົດຂ້າງໜ້າ
ເຊັ່ນດຽວກັນກັບໝູ່ນັກຮຽນຄົນໆອື່ນໆຈຳນວນ 350 ຄົນທີ່ມາຈາກໝູ່ບ້ານຄົນລາວທີ່ຢູ່ຫ່າງໄກສອກຫຼີກ ພວກເຂົາເຫຼົ່ານີ້ທີ່ໄດ້ຮັບທຶນການສຶກສາຈາກແຜນງານບີຄວາ ເຊິ່ງເປັນແຜນງານພາຍໃຕ້ການຊີ້ນຳຈາກກະຊວງສຶກສາທິການ ແລະ ກິລາ ເພື່ອມາຮຽນວິຊາຄູທີ່ວິທະຍາໄລຄູ, ທຶນການສຶກສານີ້ແມ່ນໄດ້ຮັບສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ຄູມີຕຸ, ຄູລຳເງິນ ແລະ ຄູມົນ ໄດ້ສຳເລັດການສຶກສາຈາກວິທະຍາໄລຄູໃນປີ 2018 ແລະ ປັດຈຸບັນ ພວກເຂົາໄດ້ກາຍເປັນຄູສອນຊັ້ນປະຖົມ ແລະ ກັບຄືນໄປສອນຢູ່ຊຸມຊົນຂອງພວກເຂົາ ເຊິ່ງບາງ ເມືອງກໍ່ແມ່ນບ່ອນທີ່ດ້ອຍໂອກາດທາງການສຶກສາທີ່ສຸດໃນ ສປປ ລາວ.
“ການເປັນຄູແມ່ນຄວາມໄຝ່ຝັນຂອງຂ້ອຍ, ຂ້ອຍດີໃຈຫຼາຍທີ່ໄດ້ຮັບທຶນການສຶກສາ, ຂ້ອຍມາຈາກຄອບຄົວທຸກຍາກແລະອາໃສບ້ານທີ່ຢູ່ຫ່າງໄກສອກຫຼີກ ຊື່ວ່າ ບ້ານມະກອງ. ຂ້ອຍບໍ່ສາມາດຈ່າຍຄ່າຮຽນເອງໄດ້” ກ່າວໂດຍ ຄູມົນ. ຄູມົນຮຽນຈົບຈາກວິທະຍາໄລຄູສະຫວັນນະເຂດ ແລະ ຕອນນີ້ລາວກຳລັງຕື່ມເຕັມຄວາມຝັນຂອງຕົນ, ສອນນັກຮຽນຊັ້ນປະຖົມປີທີ 1 ຢູ່ທີ່ໂຮງຮຽນປະຖົມແກ້ງມ່ວງ ຢູ່ແຂວງຄຳມ່ວນ. “ ແຜນງານບີຄວາຍັງໄດ້ສະໜັບສະໜູນຊຸມຊົນໃນການສ້າງອາຄານຮຽນໃໝ່ເພາະວ່າໂຮງຮຽນຊຸດໂຊມ”.
ຄູມີບົດບາດສຳຄັນສຳລັບເດັກໃນການຮຽນອ່ານ ຫຼື ຂຽນ, ຮຽນຄິດໄລ່, ຫຼື ການທີ່ຈະຮຽນເກັ່ງໃນວິຊາຕ່າງໆ ແລະ ທັກສະອື່ນໆເປັນສິ່ງທີ່ສຳຄັນໃນການຊອກວຽກເຮັດ ແລະ ກຽມຄວາມພ້ອມສຳລັບການເຕີບໂຕເປັນຜູ້ໃຫຍ່. ຄູໄວໜຸ່ມໃນທ້ອງຖິ່ນເຫຼົ່ານັ້ນຈະເປັນເຊື່ອມຕໍ່ທາງດ້ານພາສາ ແລະ ຊ່ວຍໃຫ້ເດັກນ້ອຍໃນຊຸມຊົນຂອງພວກເຂົາສາມາດເວົ້າ, ອ່ານ ແລະ ຂຽນພາສາລາວໄດ້. ໃນບັນປະເທດທີ່ມີກຸ່ມຊົນເຜົ່າເກືອບ 50 ຊົ່ນເຜົ່ານັ້ນ, ເດັກນ້ອຍຫຼາຍຄົນຢູ່ໃນໝູ່ບ້ານຫ່າງໄກສອກຫຼີກ ບໍ່ເຄີຍໄດ້ຮຽນຮູ້ພາສາລາວຕອນພວກເຂົາເລີ່ມເຂົ້າໂຮງຮຽນທຳອິດ. ແລະ ເຮົາຈະສາມາດຮຽນໜັງສືໄດ້ແນວໃດ ຖ້າຫາກເຮົາບໍ່ເຂົ້າໃຈການຮຽນການສອນທີ່ເປັນພາສາລາວ? ຄູຊົນເຜົ່າຢູ່ທ້ອງຖິ່ນສາມາດເຂົ້າໃຈພາສາ ແລະ ວັດທະນະທຳຂອງນັກຮຽນ, ເຊິ່ງມັນສຳຄັນຫຼາຍສຳລັບປີທຳອິດຂອງການເຂົ້າໂຮງຮຽນ ແລະ ການຮຽນຮູ້ພາສາລາວ.
ຄູມີຕຸ ເຊິ່ງແມ່ນຄູໃໝ່ທີ່ສອນນັກຮຽນຊັ້ນປະຖົມປີທີ 2 ຢູ່ບ້ານຂອງລາວຄືບ້ານຫ້ວຍນ້ຳແດງ, ແຂວງຫຼວງນ້ຳທາ. ລາວເວົ້າວ່າ “ສິ່ງທີ່ຍາກທີ່ສຸດໃນການສອນແມ່ນການສື່ສານກັບນັກຮຽນ ເພາະວ່າພວກເຂົາບໍ່ເວົ້າພາສາລາວ, ການທີ່ຂ້ອຍມາຈາກຊົນເຜົ່າອາຄາດຽວກັນຊ່ວຍໃຫ້ຂ້ອຍສາມາດ ເປັນຄູທີ່ດີຂຶ້ນສຳລັບນັກຮຽນ. ຂ້ອຍສາມາດເຂົ້າໃຈພວກເຂົາ ແລະ ສາມາດຊ່ວຍຈຸດບົກພ່ອງທາງດ້ານພາສາຂອງພວກເຂົາ.”
ຄູລຳເງິນ, ປັດຈຸບັນເປັນຄູສອນນັກຮຽນຊັ້ນປະຖົມປີທີ 1 ຢູ່ທີ່ໂຮງຮຽນ ທົ່ງຊຳ, ແຂວງຄຳມ່ວນ ໄດ້ເວົ້າວ່າ “ຂ້ອຍມາຈາກຊົນເຜົ່າຕຼີ ແລະ ການຮຽນອ່ານ ແລະ ຂຽນພາສາລາວ ເປັນສິ່ງທີ່ສຳຄັນຫຼາຍສຳລັບນັກຮຽນຂອງຂ້ອຍ. ຂ້ອຍຢາກໃຫ້ນັກຮຽນສາມາດອອກສູ່ສັງຄົມພາຍນອກໄດ້. ເພື່ອໃຫ້ໄດ້ຄືແນວນັ້ນ, ພວກເຂົາຈະຕ້ອງຮຽນຮູ້ການນຳໃຊ້ພາສາລາວໃນການສື່ສານ”
ຄູມີໜ້າທີ່ສຳຄັນ ທີ່ຕ້ອງໄດ້ປະບັດຕິບັດ. ຄູຕ້ອງໄດ້ໃຊ້ເວລາຫຼາຍຊົ່ວໂມງໃນການກະກຽມບົດສອນຂອງພວກເຂົາ “ທູກໆມື້ຂ້ອຍຕ້ອງງກະກຽມບົດສອນຢ່າງລະອຽດ, ຂ້ອຍອ່ານຄູ່ມືຄູ ແລະ ວາງແຜນການສອນຂອງຂ້ອຍ, ຂ້ອຍຕ້ອງສ້າງສື່ການຮຽນການສອນທີ່ຈຳເປັນ ເຊິ່ງມັນໃຊ້ເວລາ. ແຕ່ເຖິງຢ່າງໃດກໍ່ຕາມ, ຂ້ອຍກໍ່ຢາກເຮັດໃຫ້ຕົນເອງມີຄວາມໝັ້ນໃຈເພື່ອກຽມພ້ອມສຳລັບການຮຽນການສອນໃຫ້ແກ່ນັກຮຽນຂອງຂ້ອຍ” ກ່າວໂດຍຄູມົນ. ແຕ່ສິ່ງທີ່ສຳຄັນກວ່ານັ້ນ, ຄູປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັກອາຊີບຄູ. ພວກເຂົາເຊື່ອວ່າ ການສຶກສາເປັນກຸນແຈອັນສຳຄັນທີ່ຈະນຳໄປສູ່ຄວາມຮູ້ ແລະ ຄວາມຮູ້ດັ່ງກ່າວຈະນຳໄປສູ່ການພັດທະນາ. ເພາະສະນັ້ນ, ຍ້ອນເຫດຜົນນີ້ ຄູຈຶ່ງເຮັດວຽກຢ່າງໜັກໜ່ວງເພື່ອນຳສິ່ງທີ່ດີທີ່ສຸດມາສູ່ນັກຮຽນຂອງຕົນ.
“ຂ້ອຍເຊື່ອໝັ້ນວ່າ ການສຶກສາຈະຊ່ວຍໝູ່ບ້ານຂອງພວກຂ້ອຍ, ຂ້ອຍຢາກໃຫ້ຜູ້ປົກຄອງໃຫ້ການສົ່ງເສີມລູກຫຼານຂອງເຂົາເຈົ້າມາໂຮງຮຽນ” ກ່າວໂດຍ ຄູລຳເງິນ. “ຖ້າເຈົ້າຕ້ອງການຊອກວຽກເຮັດງານທຳ ເຈົ້າຕ້ອງສາມາດສື່ສານເປັນພາສາລາວໄດ້. ເພາະສະນັ້ນ, ເຈົ້າຕ້ອງໄປໂຮງຮຽນເພື່ອຮຽນອ່ານ ແລະ ຮຽນຂຽນ” ກ່າວໂດຍ ຄູມີຕຸ.
ຄູບົວລີ ແລະ ຄູໂຊຄອງ ແມ່ນຄູໄວໜຸ່ມອີກສອງຄົນທີ່ໄດ້ຮັບທຶນການສຶກສາຈາກແຜນງານບີຄວາ. ໃນວິດີໂອຂ້າງລຸ່ມນີ້ ແມ່ນວິດີໂອທີ່ຖ່າຍທຳໃນປີສຸດທ້າຍຂອງພວກເຂົາທີ່ຮຽນຢູ່ວິທະຍາໄລຄູ, ພວກເຂົາໄດ້ເວົ້າເຖິງຊີວິດປະຈຳວັນຂອງພວກເຂົາໃນໄລຍະເວລາທີ່ຮຽນຢູ່ວິທະຍາໄລຄູ, ວິຖີຊີວິດການຮຽນ, ສິ່ງທ້າທາຍ ແລະ ການຄ່ອງຄ່ອຍເພື່ອທີ່ຈະບັນລຸຄວາມໄຟ່ຝັນທີ່ຈະມາເປັນຄູສອນຊັ້ນປະຖົມໃນຊຸມຊົນຢຸ່ເຂດຫ່າງໄກສອກຫຼີກຂອງພວກເຂົາ. ຄູບົວລີ ແລະ ຄູໂຊຄອງ ໄດ້ຮຽນຈົບໃນເດືອນມິຖຸນາ 2019. ປັດຈຸບັນນີ້ ພວກເຂົາໄດ້ກັບຄືນໄປເປັນຄູສອນຊັ້ນປະຖົມສຶກສາຢຸ່ໃນຊຸມຊົນອາຄາຂອງພວກເຂົາ. ຄູຊົນເຜົ່າທ້ອງຖິ່ນລຸ້ນໜຸ່ມເຫຼົ່ານີ້ ຈະນຳເອົາອະນາຄົດທີ່ສົດໃສມາສູ່ເດັກນ້ອຍໃນໝູ່ບ້ານຂອງພວກເຂົາ ແລະ ພວກເຂົາຍັງເປັນແບບຢ່າງໃນຊຸມຊົນເຂົາພວກເຂົານຳດ້ວຍ.
ເບິ່ງວິດີໂອຂອງພວກເຂົາໄດ້ທີ່ນີ້