ເຈົ້າ​ຮັກ​ສາ​ປຶ້ມ​ແບບ​ຮຽນ​ແນວ​ໃດ? ເຈົ້າ​ເກັບ​ມ້ຽນ​ປຶ້ມ​ແບບ​ຮຽນ​ແນວ​ໃດໃຫ້​ສະ​ອາດ? ເຈົ້າ​ຮັກ​ສາ​ປຶ້ມ​ແນວ​ໃດ? ເຈົ້າ​ຈະ​ຮັກ​ສາ​ປຶ້ມ​ແນວ​ໃດ​ໃຫ້​ມັນ​ຢູ່​ໃນ​ສະ​ພາບ​ດີ​ເພື່ອ​ໃຫ້​​ນັກ​ຮຽນ​ຄົນ​ອື່ນໆ​ໄດ້ໃຊ້​ອີກ​ໃນ​ອະ​ນາ​ຄົດ?.

ເດືອນ​ກັນ​ຍາ​ນີ້, ນັກ​ຮຽນ​ຫ້ອງ ປ.1 ທົ່ວ​ປະ​ເທດ​ເລີ່ມ​ຕົ້ນ​ສົກ​ຮຽນ​ໃໝ່​ພ້ອມ​ກັບ​ຊຸດ​ປຶ້ມ​ແບບ​ຮຽນ​ສະ​ບັບ​ປັບ​ປ​ຸງ​ໃໝ່ສີ່​ຫົວ. ປຶ້ມ​ແບບ​ຮຽນ​ສະ​ບັບ​ປັ​ບ​ປຸງ​ໃໝ່​ແມ່ນ​ອອກ​ແບບ​ມາ​ຢ່າງ​ໜ້າ​ສົນ​ໃຈ ແລະ ໜ້າ​ດຶງ​ດູດ​ສຳ​ລັບ​ເດັກ​ນ້ອຍ ເພາະ​ວ່າ​ມີ​ສີ​ສັນ ແລະ ພາບ​ປະ​ຈັກ​ຕາ​ຢ່າງ​ຫຼວງ​ຫຼາຍ ເພື່ອ​ໃຫ້​ມ່ວນ​ກັບ​ການ​ຮຽນ.

ສູນ​ໂຄ​ສະ​ນາ​ຂ​ໍ້​ມູນ​ຂ່າ​ວ​ສານ​ສຶກ​ສາ ແລະ ກິ​ລາ ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ໂດຍ​ຜ່ານ​ແຜນ​ງານ​ບີ​ຄວາ, ໄດ້​ມີ​ໂຄ​ສະ​ນາ​ທາງ​ໂທ​ລະ​ພາບ​ເພື່ອ​ປູກ​ຈິດ​ສຳ​ນຶກ​ກ່ຽວ​ກັບ​ສິ່ງ​ທີ່​ຄວນ​ເຮັດ ແລະ ບໍ່​ຄວນ​ເຮັດ​ໃນ​ການ​ຮັກ​ສາ​ປຶ້ມ​ແບບ​ຮຽນ ເຊິ່ງ​ມີ​ຄວາມ​ຍາວ​ທັງ​ໝົດ 1 ນາ​ທີ ແລະ ຈະ​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ​ຊ່ອງ 1 ແລະ ຊ່ອງ 3 ໃນ​ຊ່ວງ​ຂອງ​ຂ່າວ​ລາຍ​ການ​ສຶກ​ສາ.

ມາ​ຮັບ​ຊົມ ແລະ ຮຽນ​ຮູ້​ວິ​ທີ​ການ​ຮັກ​ສາ​ປຶ້ມ​ແບບ​ຮຽນ​ຂອງ​ເຈົ້າ​ໂດຍ​ການເກັບ​ຮັກ​ສາ​ຢ່າງ​ລະ​ມັດ​ລະ​ວັງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.

ທ່ານ​ສາ​ມາດ​ເບິ່ງ​ໂຄ​ສະ​ນາ​ນີ້​ໄດ້ທີ່​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອ​ງ 1 ແລະ ຊ່ອງ 3

  • ວັນອັງຄານ 8.25-8.55 ໂມງເຊົ້າ
  • ວັນອັງຄານ 17.25-17.55 ໂມງແລງ
  • ວັນພຸດ 8.15-8.45 ໂມງເຊົ້າ
  • ວັນເສົາ 17.25-17.55 ໂມງແລງ

ກົດລິ້ງດ້ານລຸ່ມເພື່ອຮັບຊົມ

https://www.facebook.com/watch/?v=668477900339415